ອາຊຽນ ສ້າງຕັ້ງຂຶ້ນໃນປີ 1967 ແລະ ປັດຈຸບັນມີສະມາຊິກ 10 ປະເທດ (ຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ). ອາຊຽນ ເຫັນດີດ້ານຫຼັກການຮັບເອົາ ຕີມໍແລັດສະເຕ ເປັນສະມາຊິກອາຊຽນ ເປັນປະເທດທີ 11 ແລະ ຄາດວ່າອາຊຽນ ຈະຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກອາຊຽນ ໃນອະນາຄົດອັນໃກ້ນີ້.

ສປປ ລາວ ເຂົ້າເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997. ຕະຫຼອດໄລຍະການເປັນປະເທດສະມາຊິກອາຊຽນ, ສປປ ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນພາລະກິດລວມຂອງອາຊຽນ ໃນການສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ສປປ ລາວ ໄດ້ສໍາເລັດ ການເປັນປະທານອາຊຽນ 2 ຄັ້ງຄື: ຄັ້ງທີ 1 ໃນສົກປີ 2004-2005, ພາຍໃຕ້ຄໍາຂວັນ “ເສີມສ້າງຄອບຄົວອາຊຽນ ໃຫ້ໝັ້ນຄົງ ແລະ ຄ່ອງຕົວ ດ້ວຍຄວາມມະຫາສາມັກຄີ, ດ້ວຍການເຊື່ອມໂຍງດ້ານເສດຖະກິດ ແລະ ຄວາມກ້າວໜ້າທາງສັງຄົມ” ຫຼື ພາສາອັງກິດ “Advancing a Secure and Dynamic ASEAN Family through Greater Solidarity, Economic Integration and Social Progress” ແລະ ຄັ້ງທີ 2 ໃນປີ 2016 ພາຍໃຕ້ຄໍາຂວັນ “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ” ຫຼື ພາສາອັງກິດ “Turning Vision into Reality for a Dynamic ASEAN Community”.

ປີ 2024 ນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຫຼື ພາສາອັງກິດ ແມ່ນ “ASEAN: Enhancing Connectivity and Resilience”. ການເປັນປະທານອາຊຽນ ຄັ້ງນີ້, ສປປ ລາວ ຈະສຸມໃສ່ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໂດຍຜ່ານການສົ່ງເສີມການຮ່ວມມືອາຊຽນ ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ, ການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ການເຊື່ອມໂຍງທາງດ້ານເສດຖະກິດຫຼາຍຂຶ້ນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍການຮັກສາບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືຂອງພາກພື້ນທີ່ພວມຜັນປ່ຽນ.

ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືຢ່າງໃກ້ຊິດກັບປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ ເພື່ອຮັບປະກັນຜົນສໍາເລັດຂອງການເປັນປະທານອາຊຽນຂອງ ສປປ ລາວ ແລະ ຄວາມກ້າວໜ້າຂອງປະຊາຄົມອາຊຽນໃນປີ 2024 ແລະ ໃນອະນາຄົດ. ພວກເຮົາ ຍິນດີຕ້ອນຮັບທຸກໆທ່ານທີ່ຢູ່ໃກ້ ແລະ ໄກ ມາຢ້ຽມຢາມ ສປປ ລາວ ໃນປີ 2024 ຊຶ່ງເປັນປີປະທານອາຊຽນຂອງ ສປປ ລາວ ແລະ ທັງເປັນ “ປີທ່ອງທ່ຽວລາວ 2024” ອີກດ້ວຍ.