ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ​ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະ ເ​ຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ.

ໃນວັນທີ 27 ກໍລະກົດ 2024 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ. ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 25 ໄດ້ທົບທວນຄືນການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນຖານະທີ່ເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະໜັບສະໜຸນຂໍ້ສະເໜີຂອງ ສປປ ລາວ ເພື່ອອອກຖະແຫຼງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງຂອງພາກພື້ນ ເພື່ອຮັບຮອງໃນກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ ອີກດ້ວຍ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ໄດ້ທົບທວນການຮ່ວມມື ໃນໄລຍະຜ່ານມາ ກໍຄືການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ອີເອເອສ ສໍາລັບສົກປີ 2024-2028. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັດແໜ້ນການຮ່ວມມື ໂດຍເນັ້ນໃສ່ຂົງເຂດບູລິມະສິດ ເປັນຕົ້ນແມ່ນ ຄວາມໝັ້ງຄົງທາງດ້ານພະລັງງານ ແລະ ສະບຽງອາຫານ, ການສຶກສາ, ການແກ້ໄຂສິ່ງທາທ້າຍຈາກການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ສາທາລະນະສຸກ ແລະ ອື່ນໆ. ພ້ອມດຽວກັນນີ້, ໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ ກໍຄືບົດບາດການນໍາພາກົນໄກຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຫຼື ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ ໂດຍສອດຄ່ອງກັບບັນດາຫຼັກການພື້ນຖານຂອງ ອາຊຽນ.

ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 31 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກໍາຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງໃນອະນາຄົດຂອງເວທີພາກພື້ນອາຊຽນ. ໃນນັ້ນ, ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາ ເອກະສານສໍາຄັນຄື: 1). ບັນຊີກິດຈະກຳ ສຳລັບການຈັດຕັ້ງປະຕິບັດໃນສົກປີ 2024-2025; 2). ແຜນວຽກກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການຕ້ານການກໍ່ການຮ້າຍ ແລະ ອາຊະຍະກຳຂ້າມຊາດ 2024-2026; 3). ແຜນວຽກກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ 2024-2027; ແລະ 4). ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການຮ່ວມມືພາກພື້ນດ້ານຄວາມປອດໄພຂອງເຮືອກຳປັ່ນ, ທີ່ສະເໜີ ໂດຍ ສປ ຈີນ, ໂດຍມີ ສປປ ລາວ, ກໍາປູເຈຍ, ມຽນມາ ແລະ ສິງກະໂປ ຮ່ວມສະໜັບສະ   ໜູນ. ນອກນັ້ນ,  ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມບົດບາດຂອງເວທີພາກພື້ນອາຊຽນໃຫ້ມີປະສິດທິພາບສູງຂຶ້ນ ຄຽງຄູ່ກັບການຮັບປະກັນບົດບາດຄວາມເປັນແກນກາງຂອງອາຊຽນໃນກົນໄກດັ່ງກ່າວ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ໂດຍສະເພາະສິ່ງທ້າທາຍດ້ານຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກ, ລວມທັງສະພາບການໃນທະເລຈີນໃຕ້, ແຫຼມເກົາຫຼີ, ມຽນມາ, ຕາເວັນອອກກາງ ແລະ ອູເເກຣນ.