ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີກະຊວງການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ​ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ແລະ ເ​ຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ.

ໃນວັນທີ 26 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ພ້ອມທັງ ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ, ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງອາຊຽນ ກັບ ສປ.ຈີນ, ນິວຊີແລນ, ຍີ່ປຸ່ນ, ອີຢູ, ສ.ເກົາຫຼີ, ອິນເດຍ, ລັດເຊຍ, ອັງກິດ, ສ. ອາເມລິກາ ແລະ ການາດາ, ຕາມລໍາດັບ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ຕວັກກີ ອີກດ້ວຍ.

ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ (2021-2024), ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong), ລັດຖະມົນຕີຕ່າງປະເທດອົດສະຕຣາລີ. ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ ເມວເບີນ, ​ອົດສະຕຣາລີ. ໃນນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຈັດຕັ້ງຜັນຂະຫຍາຍ 2 ເອກະສານຜົນກອງປະຊຸມດັ່ງກ່າວ ໃຫ້ເປັນຮູບປະທໍາ ເພື່ອນໍາຜົນປະໂຫຍດອັນແທ້ຈິງມາສູ່ອາຊຽນ ແລະ ອົດສະຕຣາລີ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສະບັບໃໝ່ (2025-2029) ເພື່ອຮັດແໜ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສໍາເລັດການເຈລະຈາ ເພື່ອສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ໂດຍໄວ. ໃນໂອກາດນີ້, ສປປ ລາວ ໄດ້ມອບບົດບາດການເປັນປະເທດປະສານງານສໍາລັບການຮ່ວມມືອາຊຽນ-ອົດສະຕຣາລີ ໃຫ້ແກ່ ອິນໂດເນເຊຍ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການປະກາດປີ 2024 ເປັນປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ ອາຊຽນ-ຈີນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາສໍາລັບປີດັ່ງກ່າວ ໃຫ້ເປັນຮູບປະທໍາ ໂດຍກວມເອົາຫຼາຍຂົງເຂດ ເຊັ່ນ: ການສຶກສາ, ການແລກປ່ຽນທາງດ້ານວັດທະນະທໍາ, ການຈັດຝຶກອົບຮົມ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ 6 ຂໍ້ສະເໜີ ແລະ ກິດຈະກໍາຂອງ ສປ.ຈີນ ສໍາລັບປີ 2024 ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ເປັນຮູບປະທໍາ. ພິເສດ ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ສະໜັບສະໜູນຂໍ້ສະເໜີຂອງ ນິວຊີແລນ ເພື່ອຈັດກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50 ປີ ໃນທ້າຍປີ 2025 ທີ່ ມາເລເຊຍ, ພ້ອມທັງເຫັນດີເຮັດວຽກຮ່ວມກັນ ເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບກະກຽມໃຫ້ແກ່ກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ. ພ້ອມນີ້,​ ກອງປະຊຸມ ຍັງໄດ້ຮັບຊາບເຈດຈໍານົງຂອງ ນິວຊີແລນ ໃນການສະເໜີຍົກລະດັບການພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ກັບອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ ປີ 2023 ທີ່ ໂຕກຽວ,ຍີ່ປຸ່ນ. ນອກນັ້ນ, ກອງປະຊູມ ໄດ້ຊຸກຍູ້ການເລັ່ງລັດການເຈລະຈາການສ້າງຕັ້ງສູນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ ເພື່ອຮັບປະກັນໃຫ້ມີໂຄງສ້າງພື້ນຖານດ້ານສາທາລະນະສຸກທີ່ມີປະສິດທິພາບພາຍໃນພາກພື້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ໄດ້ຮັບຮອງໃນເດືອນກຸມພາ 2024 ຜ່ານມາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມືອາຊຽນ-ອີຢູ  ໂດຍສະເພາະ ໃນຂົງເຂດການເຊື່ອມຈອດພາກພື້ນ, ການຄ້າ-ການລົງທຶນ, ການໄປມາຫາສູ່ກັນລະຫວ່າງປະຊາຊົນ, ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຕົ້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫຼີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຄົບຮອບ 35 ປີ ແລະ ເຫັນດີຍົກລະດັບການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຂຶ້ນສູ່ລະດັບໃໝ່. ພິເສດ, ກອງປະຊຸມ ໄດ້ເຫັນດີຕໍ່ຮ່າງຖະແຫຼງການຮ່ວມ ເພື່ອສ້າງຕັ້ງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ສ. ເກົາຫຼີ ເພື່ອສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ເພື່ອຮັບຮອງເອົາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນອະນາຄົດ. ພ້ອມນີ້, ກອງປະຊຸມ ຍັງໄດ້ເຫັນດີຮັດແໜ້ນການຮ່ວມມືທາງດ້ານເສດຖະກິດ, ການເຊື່ອມຈອດ, ການເຊື່ອມຈອດທາງດ້ານດີຈີຕອນ, ການສຶກສາ, ການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ປະຊາຊົນຂອງສອງພາກພື້ນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ໄດ້ຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ເພື່ອສະເຫຼີມສະຫຼອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງ ລັດເຊຍ ຄົບຮອບ 20 ປີ. ນອກນີ້, ກອງປະຊຸມ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ລັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ລັດເຊຍ (2021-2025) ແລະ  ໄດ້ກໍານົດທິດທາງໃນການຮັດແໜ້ນການພົວພັນຮ່ວມມືອາຊຽນ-ລັດເຊຍ ໃນຕໍ່ໜ້າ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ໄດ້ທົບທວນຄືນການຮ່ວມມືອາຊຽນ-ອັງກິດ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອັງກິດ (2022- 2026) ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ຄົບຖ້ວນ ໂດຍເນັ້ນໃສ່ຂົງເຂດທີ່ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມອາຊຽນ-ອັງກິດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ເພື່ອອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອສົ່ງເສີມການຮ່ວມມືດ້ານການເຊື່ອມໂຍງ ແລະ ເຊື່ອມຈອດ ລະຫວ່າງອາຊຽນ ແລະ ອັງກິດ ໃຫ້ເປັນຮູບປະທໍາ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ. ອາເມລິກາ ໄດ້ທົບທວນການພົວພັນຮ່ວມມືອາຊຽນ-ສ. ອາເມລິກາ ແລະ ໄດ້ກໍານົດທິດທາງໃນການຮັດແໜ້ນການຮ່ວມ ອາຊຽນ-ສ. ອາເມລິກາ ໃນຕໍ່ໜ້າ ໂດຍເນັ້ນໃສ່ຂົງເຂດການຮ່ວມມືໃໝ່ ເປັນຕົ້ນແມ່ນ ການຫັນປ່ຽນທາງດ້ານດີຈີຕອນ, ເຕັກໂນໂລຊີ ແລະ ປັນຍາປະດິດ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສ. ອາເມລິກາ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2024 ນີ້ [ໂດຍສະເພາະ ຄວາມຄືບໜ້າຂອງການຮ່າງຖະແຫຼງການຜູ້ນໍາອາຊຽນ-ສ. ອາເມລິກາ ວ່າດ້ວຍ ການສົ່ງເສີມປັນຍາປະດິດ ທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້].

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ [ໄດ້ເຫັນດີຕໍ່ຂໍ້ສະເໜີຂອງ ການາດາ ເພື່ອຈັດກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໃນເດືອນຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.] ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີໃຫ້ມີການສ້າງແຜນປະຕິບັດງານອາຊຽນ-ການາດາ (2026-2030) ສະບັບໃໝ່ ເພື່ອປ່ຽນແທນແຜນປະຕິບັດງານສະບັບເກົ່າ ທີ່ຈະສິ້ນສຸດ ໃນທ້າຍປີ 2025 ນີ້. ໃນໂອກາດນີ້, ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານສໍາລັບການຮ່ວມມືອາຊຽນ-ການາດາ ຈົນເຖິງປີ 2027.

ກອງປະຊຸມສາມຝ່າຍ ລະຫວ່າງປະທານອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ຕວັກກີ ໄດ້ສະແດງຄວາມຍິນດີຕໍ່ການຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ສໍາລັບສົກປີ 2024-2028 ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການເສີມຂະຫຍາຍການເປັນຄູ່ຮ່ວມຂະແໜງການອາຊຽນ-ຕວັກກີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ບັນດາຂົງເຂດບູລິມະສິດ ເປັນຕົ້ນແມ່ນ ການຄ້າ-ການລົງທຶນ, ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ການສຶກສາ ແລະ ການພັດທະນາບຸກຄະລາກອນ ພ້ອມທັງຊຸກຍູ້ໃຫ້ມີການແລກປ່ຽນ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນຫຼາຍຍິ່ງຂຶ້ນ.