ໃນວັນທີ 24 ກໍລະກົດ 2024 ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນເຈົ້າພາບ ແລະ ປະທານ 3 ກອງປະຊຸມຄື: ກອງປະຊຸມຄະນະກຳມະທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ (Meeting of the Southeast Asia Nuclear Weapon-Free Zone Commission), ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ (ASEAN Foreign Ministers’ Interface with the ASEAN Intergovernmental Commission on Human Rights Representatives) ແລະ ກອງປະຊຸມປຶກສາຫາລືແບບບໍ່ເປັນທາງການລະຫວ່າງ ອະດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ (Informal Consultation on the Implementation of Five-Point Consensus).

ກອງປະຊຸມຄະນະກຳມະທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ (2023–2027) ແລະ ໄດ້ປຶກສາຫາລື ກ່ຽວກັບການເຂົ້າເປັນພາຄີຂອງສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ຂອງ ຕີມໍແລັດສະເຕ. ພ້ອມນີ້, ກອງປະຊຸມໄດ້ຮັບຊາບການລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາການຮ່ວມມືລະຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາຂອງອົງກອນເກືອດຫ້າມການຄອບຄອງອາວຸດນິວເຄລຍ ໃນຂົງເຂດທະວີບອາເມລິກາລາຕິນ ແລະ ຄາຣິບຽນ ເພື່ອແລກປ່ຽນບົດຮຽນກ່ຽວກັບ ເຂດປອດອາວຸດນິວເຄລຍ.

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເປັນປະທານ ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ. ໃນການພົບປະດັ່ງກ່າວ, ທ່ານ ຢົ້ງ ຈັນທະລັງສີ, ໃນນາມປະທານຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ປີ 2024 ໄດ້ລາຍງານກ່ຽວກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ກິດຈະກໍາບູລິມະສິດຂອງຄະນະກໍາມາທິການດັ່ງກ່າວໃນໄລຍະ 1 ປີຜ່ານມາ ກ່ຽວກັບການປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ, ສິດທິຂອງຜູ້ພິການ ລວມເຖິງ ການຕ້ານການຄ້າມະນຸດ ແລະ ການກະກຽມສ້າງແຜນວຽກ 5 ປີ ສະບັບໃໝ່ (2026-2030) ເພື່ອໃຫ້ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045. ລັດຖະມົນຕີຕ່າງປະເທດອາຊຽນ ຕີລາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາກິດຈະກໍາຂອງຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດໃນອາຊຽນ ກໍຄື ຂະບວນການສ້າງປະຊາຄົມອາຊຽນໂດຍລວມ ແລະ ຊຸກຍູ້ໃຫ້ຄະນະກຳມາທິການດັ່ງກ່າວ ສືບຕໍ່ປະຕິບັດຕາມພາລະບົດບາດຂອງຕົນ ແລະ ຈັດຕັ້ງປະຕິບັດ ບັນດາກິດຈະກຳບູລິມະສິດ ສຳລັບ ປີ 2025 ໃຫ້ສຳເລັດ ແລະ ມີປະສິດທິຜົນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ເປັນປະທານກອງປະຊຸມປຶກສາຫາລືແບບບໍ່ເປັນທາງການລະຫວ່າງ ອະດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະ ປະທານອາຊຽນໃນອະນາຄົດ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດຄຳຕົກລົງ 5 ຂໍ້ຂອງຜູ້ນຳອາຊຽນ.

ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມີການພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ເພື່ອປຶກສາຫາລືກ່ຽວກັບເພີ່ມທະວີການພົວພັນຮ່ວມມືສອງຝ່າຍນໍາກັນ.